ວຕ-ກດ ວາງແຜນໃນການພັດທະນາພື້ນຖານໂຄງລ່າງເພື່ອດຳເນີນກິດຈະກໍາການລ້ຽງໝູ
ຕະຫຼອດໄລຍະ 35 ປີທີ່ຜ່ານມາ ເຖິງແມ່ນວ່າພວກເຮົາຈະຍາດໄດ້ຜົນງານໃນຫຼາຍດ້ານໃນການພັດທະນາ ຊຶ່ງເປັນທີ່ໜ້າພາກພາກໃຈ ແຕ່ເມື່ອເບິ່ງກັບສິ່ງທ້າທາຍ ແລະ ສະພາບບັນຫາໃນການພັດທະນາວຽກງານອາຊີວະຂອງພວກເຮົາແລ້ວ ໂດຍສະເພາະໃນຂົງເຂດວຽກງານກະສິກໍາ ແລະ ປ່າໄມ້ ແລ້ວພວກເຮົາຍັງຈະຕ້ອງພ້ອມກັນບຸກບືນຜ່ານມາແລະສູ້ຊົນເພື່ອປັບປຸງແລະພັດທະນາອີກຢ່າງບໍ່ຢຸດຢັ້ງໃນຫຼາຍດ້ານຊຶ່ງໃນກອງປະຊຸມທົບທວນເພື່ອປັບປຸງຍຸດທະສາດການພັດທະນາວິທະຍາໄລຂອງພວກເຮົາໂດຍເລີ່ມຈາກການວາງ ວິໃສທັດ ແລະ ພາລະກິດ ເພື່ອໃຫ້ສອດຄ່ອງກັບແຜນພັດທະນາອາຊີວະສຶກສາຂອງລາວ ແລະ ຍຸດທະສາດກໍ່ຄືແຜນພັດທະນາຂອງກະຊວງກະສິກໍາ ແລະ ປ່າໄມ້ ພວກເຮົາເລັ່ງໃສ່ພັດທະນາທາງດ້ານບຸກຄະລາກອນເຊັ່ນ:
- ຄູສອນຕ້ອງເປັນມືອາຊີບ ໃນການຖ່າຍທອດຄວາມຮູ້
- ນັກສຶກສາທີ່ຈົບອອກໄປ ຕ້ອງສາມາດນໍາເອົາຄວາມຮູ້-ຄວາມສາມາດໄປປະກອບເປັນອາຊີບ
- ນັກສຶກສາທີ່ຈົບອອກໄປຈະບໍ່ແມ່ນໄປຊອກວຽກເຮັດງານທໍາ ແຕ່ຕ້ອງເປັນຜູ້ສ້າງວຽກເຮັດງານທໍາ
ຢາກໄດ້ເຊັ່ນນັ້ນພວກເຮົາຕ້ອງບຸກທະລຸທາງດ້ານຈິນຕະນາການ. ເອົົົາໃຈໃສ່ທາງດ້ານຄວາມເປັນເອກະພາບພາຍໃນໃຫ້ສູງ ; ໜັກແໜ້ນທາງດ້ານຄວາມສາມັກຄີ, ພັດທະນາເສີມສ້າງທັກສະຄວາມຮູ້-ວິຊາການໃຫ້ສູງຂຶ້ນເລື້ອຍໆ; ເອົົາໃຈໃສ່ໃນການທົບທວນປັບປຸງຫຼັກສູດທີ່ມີໃນປັດຈຸບັນເພື່ອໃຫ້ສອດ ຄ່ອງກັບຄວາມຕ້ອງການໃນການພັດທະນາປະເທດໃນຍຸກໄໝ່ ກໍ່ຄືສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ; ເສີມສ້າງສາຍພົົວພັນທັງພາຍໃນ ແລະ ພາຍນອກ ກັບອົງການຈັດຕັ້ງ, ຫົວໜ່ວຍທຸລະກິດທັງພາກລັດ ແລະ ເອກະຊົົົນ. ປັບປຸງຄຸນນະພາບພາຍໃນໃຫ້ດີຂຶ້ນເລື່້ອຍໆ ນັ້ນຄືສິ່ງທ້າທາຍ ທີ່ພວກເຮົົາຈະຕ້ອງກ້າວໄປຫາ ເພື່ອການພັດທະນາວິທະຍາໄລ ເຕັກນິກກະສິກໍາດົງຄໍາຊ້າງ ຂອງພວກເຮົາ
